ນະໂຍບາຍຄວາມເປັນສ່ວນຕົວກ່ຽວກັບ Honda RoadSync

 

 


1.         ກ່ຽວກັບນະໂຍບາຍ


ພວກເຮົາຈະດຳເນີນການປະມວນຜົນຂໍ້ມູນສ່ວນບຸກຄົນໂດຍປະຕິບັດຕາມກົດໝາຍທີ່ບັງຄັບໃຊ້ທຸກສະບັບ ແລະ ກົດໝາຍອື່ນໆທີ່ຈະເຂົ້າມາແທນທີ່ໃນອານາຄົດ

(Law on Electronic Data Protection (No. 25/NA, dated May 12, 2017)

ໃນນະໂຍບາຍຄວາມເປັນສ່ວນຕົວ (ນະໂຍບາຍນີ້), ພວກເຮົາກະກຽມຂໍ້ມູນໂດຍອິງຕາມກົດໝາຍຕ່າງໆຂອງທ່ານທີ່ກ່ຽວຂ້ອງກັບຂະບວນການປະມວນຜົນຂໍ້ມູນສ່ວນບຸກຄົນ.ນະໂຍບາຍສະບັບນີ້ກຳນົດຫຼັກການພື້ນຖານໃນການເກັບຮັກສາຂໍ້ມູນສ່ວນບົກຄົນທີ່ທ່ານໄດ້ກະກຽມໄວ້ໃຫ້ພວກເຮົາ, ຫຼືຂໍ້ມູນທີ່ກ່ຽວກັບທ່ານທີ່ໄດ້ຮັບຈາກແຫຼ່ງອື່ນໆ, ເຮົາຈະດໍາເນີນການປະມວນຜົນຂໍ້ມູນດ້ວຍພວກເຮົາແລະສໍາລັບການບໍລິການຂອງພວກເຮົາກໍ່ຄື Honda RoadsSync (ການບໍລິການ). ກະລຸນາອ່ານແລະທໍາຄວາມເຂົ້າໃຈນະໂຍບາຍສະບັບນີ້.

ນະໂຍບາຍນີ້ອາດຈະປ່ຽນແປງເປັນບາງຄັ້ງ. ນະໂຍບາຍສະບັບປັບປຸງຈະອັບໂຫຼດລົງທີ່ WWW.NCX.COM.LA

ກະລຸນາທວນຄືນຢ່າງສະໝໍ່າສະເໝີ. ນະໂຍບາຍນີ້ປັບປຸງຄັ້ງລ່າສຸດວັນທີ: XX/XX/XXXX

2.         ຂໍ້ມູນກ່ຽວກັບພວກເຮົາ

ສໍາລັບຈຸດປະສົງຂອງກົດໝາຍຄຸ້ມຄອງຂໍ້ມູນ, ພວກເຮົາ ບໍລິສັດ ນິວຈິບເຊັງ ຈໍາກັດ ພວກເຮົາເປັນຜູ້ຄວບຄຸມຂໍ້ມູນແລະ ມຸ່ງໝັ້ນທີ່ຈະເຄົາລົບຄວາມເປັນສ່ວນຕົວຂອງທ່ານ

(a)    ທີ່ຢູ່ສໍານັກງານພວກເຮົາ: ຖະໜົນ193 ໄຊເສດຖາທິລາດ, ບ້ານ ເກົ້າຍອດ,          ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ ປະເທດລາວ

ໂທ: 021 215877

(b)    ອີແມັວພວກເຮົາ: info@newchipxeng.com

3.         ຄໍາຈໍກັດຄວາມ

(a)    “ຂໍ້ມູນສ່ວນບຸກຄົນ” ຂອງທ່ານໝາຍເຖິງຂໍ້ມູນຕ່າງໆທີ່ກ່ຽວຂ້ອງກັບທ່ານ ແລະ ສາມາດລະບຸຕົວຕົນຂອງທ່ານ

(b)    ບໍລິສັດໃນເຄືອ ລວມທັງບໍລິສັດໃນເຄືອຂອງພວກເຮົາ, ບໍລິສັດແມ່ ແລະ ທຸກໆບໍລິສັດໃນເຄືອຂອງບໍລິສັດແມ່

(c)    ການດໍາເນີນການ ໝາຍເຖິງທຸກໆກິດຈະກຳ ຫຼື  ການດໍາເນີນການທີ່ກ່ຽວຂ້ອງກັບຂໍ້ມູນສ່ວນບຸກຄົນຂອງທ່ານ

4.         ວິທີທີ່ພວກເຮົາເກັບກໍາຂໍ້ມູນສ່ວນບຸກຄົນຂອງທ່ານ ແລະ ຂໍ້ມູນສ່ວນອື່ໆທີ່ພວກເຮົາເກັບກໍາ

ເຮົາຈະປະມວນຜົນຂໍ້ມູນສ່ນບຸກຄົນທີ່ກ່ຽວກັບທ່ານ. ໃນການເຊື່ອມຕໍ່ກັບການບໍລິການ,ພວກເຮົາເກັບກໍາຂໍ້ມູນກ່ຽວກັບເຈົ້າຈາກອຸປະກອບອອນລາຍທີ່ທ່ານໃຊ້ເພື່ອຮັບບໍລິການ. ໃນກໍລະນີເພິ່ມເຕີມ ພວກເຮົາຍັງຄົງສາມາດເກັບກຳຂໍ້ມູນໄດ້ຈາກການທີ່ທ່ານຂຽນຫານພວກເຮົາດ້ວຍ ອີແມັວ ຫຼື ຜ່ານຊ່ອງທາງອື່ນໆ. ຂໍ້ມູນທີ່ທ່ານໃຫ້ພວກເຮົາຄື:

-         ຂໍ້ມູນຕໍາແໜ່ງທີ່ໄດ້ຮັບຈາກທີ່ຢູ່ຂອງ IP ເຊັ່ນວ່າ ພູມມິພາກ, ປະເທດ, ເມືອງ(ລວມທັງເສັ້ນຂະໜານ ແລະ ເສັ້ນແວງ) (ຂໍ້ມູນທີ່ຕັ້ງ)

-         ຂໍ້ມູນທີ່ເກັບກຳຜ່ານເຊັນເຊີ້ຂອງອຸປະກອນຂອງທ່ານທີ່ໃຊ້ສໍາລັບບໍລິການນີ້ແມ່ນມາດວັດຄວາມໄວ, ເຄື່ອງວັດສະໜາມແມ່ເຫຼັກ, ໄຟ, ເຄື່ອງຈັບວັດຖຸໄລຍະໃກ້ (ຂໍ້ມູນຈາກເຊນເຊີ້)

-         ID ຜູ້ໃຊ້ຂອງທ່ານ, ID ສໍລັບການຕິດຕັ້ງແອັບ, ທີ່ຢູ່ອີແມັວ ( ID ຂອງຜູ້ໃຊ້)

-         ບັນທຶກການເຄື່ອນໄຫວເຊັ່ນໄລຍະທາງລວມ, ຄວາມໄວສະເລ່ຍ, ຈຸດເລິ່ມຕົ້ນ ແລະ ການຢຸດຈຸດເຄື່ອນໄຫວ, ການລະບຸຂໍ້ມູນແບບບໍ່ມີການຊໍ້າກັນ (uu ID), ທິບ ID, ລະຫັດເອກະລັກສະເພາະຕົວ, ເວລາ, ເສ້ັນແວງ, ເສັ້ນຂະໜານ, ຄວາມແມ່ນຍໍາ, ຄວາມໄວ, ຄວາມໄວທີ່ແມ່ນຍໍາ, ໄລຍະທາງ, ການເບກ, ຄວາມແມ່ນຍໍາການເບກ, ລະດັບຕວາມສູງ,ຄວາມແມ່ນຍໍາແນວຕັ້ງ, ສະຖານທີ່ຜູ້ໃຫ້ບໍລິການ, ການເຂົ້າລະຫັດພິກັດພູມສາດ, ອຸປະກອນເວລາ ແລະ ອື່ນໆ (ການບັນທຶກທ່ຽວ)

-         ສະພາບແວດລ້ອມການໃຊ້ງານອຸປະກອນຂອງທ່ານ, ເຊັ່ນວ່າຄຸນສົມບັດ (ລວມທັງໂຕເລກລຸ້ນ, ຊື່ຍີ່ຫໍ້, ຜູ້ຜະລິດ, ເວີຊັ່ນລະບົບປະຕິບັດການ, ຊື່ຜູ້ໃຫ້ບໍລິການເຄືອຂ່າຍ, ລວງກວ້າງແລະລວງສູງຈໍ, ໜ່ວຍວັດຄວາມລະອຽດຈໍ,ທິດທາງການສະແດງຜົນຂອງຈໍແລະ ອື່ນໆ), ການຕັ້ງຄ່າ, ສະຖານະການເຊື່ອມຕໍ່ ແລະ ລາຍລະອຽດຂໍ້ມູນຕ່າງໆທີ່ອຸປະກອບຂອງທ່ານນໍາໃຊ້ບໍລິການ(ລົດ, ອຸປະກອນຫູຟັງ, ໂທລະສັບ ແລະ ອຸປະກອນອື່ນໆທີ່ໃຊ້ຊຶ່ມຕໍ່ບູທູດ ຫຼື ວາຍຟາຍ, ໃຊ້ເຄືອຍຂ່າຍ)(ຂໍ້ມູນກ່ຽວກັບ ສະພາບແວດລ້ອມການໃຊ້ງານ)

-         ການໃຊ້ງານສະຖານະເຊັ່ນ ສະພາບອາກາດ, ການເລິ່ມສໍາຫຼວດ, ການຫຼິ້ນເພງ, ຫຼື ຮູບແບບຂໍ້ຄວາມ, ໂທ, ໜ້າລະບຸຂໍ້ມູນ uu ID, ເວລາ (ຂໍ້ມູນກ່ຽວກັບສະຖານະການໃຊ້ງານ)

-         ການໃຊ້ງານປະຫວັດເຊັ່ນ ການຈໍ້າເວລາ,  ຂໍ້ມູນ uu ID, ຄຸນສົມບັດການຕິດຕັ້ງ, ການໂຄສະນາ ID (ປະຫວັດການໃຊ້ງານ)

5.         ຈຸດປະສົງ ແລະ ກົດໝາຍພື້ນຖານສໍາລັບການດໍາເນີນການຂໍ້ມູນສ່ວນບຸກຄົນ

ພວກເຮົາໃຊ້ຂໍ້ມູນສ່ວນບຸກຄົນຂອງທ່ານທີ່ເກັບຮັກສາໄວ້ສໍາລັບຈຸດປະສົງດັ່ງນີ້:

ü ເພື່ອກະກຽມຫຼືປັບປຸງຄຸນນະພາບການບໍລິການ

ü ເພື່ອດໍາເນີນການວິເຄາະການໃຊ້ງານເພື່ອການພັດທະນາການບໍລິການແລະຜະລິດຕະພັນໃໝ່ໆ

ü ເພື່ອຕິດຕໍ່ສື່ສານກັບທ່ານ, ລວມທັງການປະສານງານກັບທ່ານໃນເວລາທ່ານມີຄໍາຖາມ, ຜ່ານທາງຂໍ້ຄວາມ ຫຼື ການຮ້ອງຂໍອື່ນໆ ແລະ ຈັດການການຮຽກຮ້ອງຂອງທ່ານ

ü ເພື່ອປະຕິບັດຕາມກົດໝາຍແລະຂໍ້ບັງຄັບທີ່ກ່ຽວຂ້ອງກັບພວກເຮົາ

ü ກົດໝາຍພື້ນຖານສໍລັບການດໍາເນີນການຂໍ້ມູນສ່ວນບຸກຄົນຂອງທ່ານ

ü ການປະຕິບັດຕາມສັນຍາ ຫຼື ເພື່ອດໍາເນີນການຕາມຄໍາຂໍຮ້ອງຂອງເຈົ້າຂອງຂໍ້ມູນກ່ອນເຂົ້າທໍາການສັນຍາ

ü ໃນກໍລະນີທີ່ການປະມວນຜົນຂໍ້ມູນສ່ວນຕົວຂອງທ່ານແມ່ນມີຄວາມຈຳເປັນ ເພື່ອຈຸດປະສົງທາງດ້ານທຸລະກິດ ຫຼື ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງພວກເຮົາ (ໂດຍທີ່ຜົນປະໂຫຍດນັ້ນຕ້ອງບໍ່ລະເມີດສິດທິພື້ນຖານຂອງທ່ານ)

ü ໃນກໍລະນີການດໍາເນີນການຂໍ້ມູນສ່ວນບຸກຄົນຂອງທ່ານມີຄວາມຈໍາເປັນເພື່ອປະຕິບັດຕາມຂໍ້ຜູກມັດທາງດ້ານກົດໝາຍຂອງພວກເຮົາ

(ຄວາມຍິນຍອມ.ນີ້ແມ່ນການທີ່ທ່ານໄດ້ໃຫ້ຄວາມຍິນຍອມແກ່ພວກເຮົາໃນການດໍາເນີນການຂໍ້ມູນສ່ວນບຸກຄົນຂອງທ່າງ)

ທາງເລືອກ: ໃນສ່ວນນີ້ສາມາດລົບອອກໄດ້ຖ້າຫາກບໍ່ມີຂໍ້ມູນໃດໆທີ່ໄດ້ຮັບການດໍາເນີນການໂດຍໄດ້ຮັບຄວາມຍິນຍອມ

ພວກເຮົາຈະນໍາໃຊ້ຂໍ້ມູນສ່ວນບຸກຄົນຂອງທ່ານໃນຂອບເຂດທີ່ຈໍາເປັນເທົ່ານັ້ນເພື່ອບັນລຸວັດຖຸປະສົງທີ່ລະບຸໄວ້ໃນເບື້ອງຕົ້ນເທົ່ານັ້ນ.

6.         ການເປີດເຜີຍຂໍ້ມູນສ່ວນບຸກຄົນແກ່ຜູ້ຮັບ

ພວກເຮົາຈະເປີດເຜີຍຂໍ້ມູນສ່ວນບຸກຄົນແກ່ຜູ້ຮັບໃນສະຖານະ ດັ່ງລຸ່ມນີ້:

ü ພະນັກງານຂອງພວກເຮົາ ແລະ ບໍລິສັດໃນເຄືອທີ່ໄດ້ຮັບອະນຸຍາດ ແລະ ຈໍາເປັນນຕ້ອງເຂົ້າເຖິງຂໍ້ມູນນີ້

ü ຜູ້ຈໍາໜ່າຍຫຼືຜູ້ຮັບເໝົາພາຍນອກຂອງພວກເຮົາເຊິ່ງລວມທັງຜູ້ພັດທະນາເຄື່ອງມືອອນລາຍ,ຜູ້ກະກຽມວຽກງານການບໍລິການ ແລະ ຜູ້ໃຫ້ບໍລິການ Cloud

7.         ການໂອນຂໍ້ມູນສ່ວນບຸກຄົນອອກນອກປະເທດລາວ

ຂໍ້ມູນສ່ວນບຸກຄົນທີ່ພວກເຮົາເກັບກໍາຈາກທ່ານຈະຖືກສົ່ງໄປ ບ່ອນເກັບຮັກສາຂໍ້ມູນ ຈຸດໝາຍປາຍທາງແມ່ນນອກປະເທດລາວ; ໂດຍສະເພາະຢ່າງຍິ່ງຂໍ້ກໍານົດນີ້ໃຊ້ກັບການໂອນຂໍ້ມູນໄປຍັງສໍານັກງານໃຫຍ່ບໍລິສັດ Honda Motor Co., Ltd. ປະເທດຍີ່ປຸ່ນ

(ຕົວຢ່າງທາງດ້ານລຸ້ມແມ່ນຕາມມາດຖານຂອງ GDPR)

ໃນກໍລະນີສົ່ງຂໍ້ມູນອອກນອກເຂດເສດຖະກິດພິເສດເອີຮົບ(EEA), ພວກເຮົາຮັບຮອງວ່າ:

(a)    ປາຍທາງທີ່ຜູ້ຮັບຂໍ້ມູນໄດ້ຮັບການກວດສອບຈະຄະນະກຳມະການເອີຮົບແລ້ວວ່າມີລະດັບການຄຸ້ມຄອງທີ່ພຽງພໍສໍາລັບສິດແລະເສລີພາບທີ່ທ່ານມີໃນສ່ວນທີ່ກ່ຽວຂ້ອງກັບຂໍ້ມູນສ່ວນບຸກຄົນຂອງທ່ານ

ໃນວັນທີ 23 ມັງກອນ 2019 ຄະນະກໍາມະການເອີຮົບໄດ້ມີຂໍ້ຕົກລົງກ່ຽວກັບການປະເມີນຄວາມເໝາະສົມດ້ານມາດຕະຖານຂອງຍີ່ປຸ່ນ ສາມາດເບິ່ງຂໍ້ມູນເພິ່ມເຕີມໄດ້ທີ່ລິ້ງດ້ານລຸ່ມ:

(b)    ຜູ້ຮັບຂໍ້ມູນຕົກລົງຍອມຮັບຂໍ້ກໍານົດມາຕະຖານດ້ານການຄຸ້ມຄອງຂຊ້ມູນຂອງພວກເຮົາ ເຊິ່ງໄດ້ຮັບການອະນຸຍາດຈາກທາງຄະນະກໍາມະການເອີຮົບເປັນທີ່ຮຽບຮ້ອຍແລ້ວ

(c)    ພວກເຮົາຕ້ອງໄດ້ຮັບຄວາມຍິນຍອມຢ່າງຊັດເຈນຈາກທ່ານກ່ອນການໂອນຍ້າຍ(ໃຊ້ເພື່ອການປັບປຸງຄຸນນະພາບການບໍລິການ ແລະ ພັດທະນາການບໍລະການ ແລະ ຜະລິດຕະພັນໃໝ່ໆ)

ທາງເລືອກ:ສ່ວນນີ້ສາມາດລົບໄດ້ຫາກບໍ່ມີຂໍ້ມູນໃດໆທີ່ຖືກໂອນໂດຍອາໄສຄວາມຍິນຍອມ. ໃນກໍລະນີຂໍ້ມູນມີການໂອນຍ້າຍໂດຍມີການຍິນຍອມ, ກະລຸນາຕື່ມຂໍ້ມູນ《》ໂດຍລະບຸຈຸດປະສົງທີ່ກ່ຽວຂ້ອງ5ມາດຕາ

ທ່ານສາມາດເບິ່ງລາຍລະອຽດເພິ່ມເຕີມກ່ຽວກັບການຄຸ້ມຄອງຂໍ້ມູນສ່ວນບຸກຄົນເມື່ອມີການຍ້າຍໂອນຂໍ້ມູນໄປຍັງພາຍນອກປະເທດລາວໄດ້(ລວມທັງການສໍາເນົາຂໍ້ກໍານົດມາດຕະຖານດ້ານການຄຸ້ມຄອງຂໍ້ມູນທີ່ພວກເຮົາໄດ້ເຮັດຂໍ້ຕົກລົງໄວ້ກັບຜູ້ຮັບຂໍ້ມູນສ່ວນບຸກຄົນຂອງທ່ານ) ໂດຍການຕິດຕໍ່ພວກເຮົາຕາມຂໍ້ມູນທີ່ກ່ຽວກັບພວກເຮົາທີ່ລະບຸໄວ້ໃນເບື້ອງຕົ້ນ

8.         ຂໍ້ຈໍາກັດການຈັດເກັບຂໍ້ມູນສ່ວນບຸກຄົນ

ພວກເຮົາຈະເກັບຮັກສາຂໍ້ມູນສ່ວນບຸກຄົນທີ່ພວກເຮົາເກັບກຳກ່ຽວກັບທ່ານໄວ້ໃນໄລຍະເວລາທີ່ພວກເຮົາໃຫ້ບໍລິການແກ່ທ່ານ, ຍົກເວັ້ນໃນກໍລະນີທີ່ກົດໝາຍກຳນົດໃຫ້ພວກເຮົາຕ້ອງເກັບຮັກສາໄວ້ດົນກວ່ານັ້ນ, ເຊິ່ງໃນກໍລະນີດັ່ງກ່າວ, ພວກເຮົາຈະເກັບຮັກສາຂໍ້ມູນໄວ້ຕາມໄລຍະເວລາທີ່ກົດໝາຍກຳນົດ. ໂດຍສະເພາະ, ພວກເຮົາຈະນຳໃຊ້ໄລຍະເວລາການເກັບຮັກສາທີ່ລະບຸໄວ້ຂ້າງລຸ່ມນີ້ສຳລັບແຕ່ລະປະເພດຂອງຂໍ້ມູນສ່ວນບຸກຄົນທີ່ພວກເຮົາເກັບກຳເພື່ອການບໍລິການ:

·       ຂໍ້ມູນສະຖານທີ່ (Location Data): 5 ປີ ຫຼັງຈາກການໃຊ້ບໍລິການຄັ້ງສຸດທ້າຍຂອງທ່ານ.

·       ຂໍ້ມູນຈາກເຊັນເຊີ (Information from Sensors): 5 ປີ ນັບຕັ້ງແຕ່ຜູ້ຄວບຄຸມຂໍ້ມູນ (Controller) ເກັບກຳຂໍ້ມູນ.

·       ລະຫັດຜູ້ໃຊ້ (User IDs): 5 ປີ ຫຼັງຈາກການໃຊ້ບໍລິການຄັ້ງສຸດທ້າຍຂອງທ່ານ.

·       ບັນທຶກການເດີນທາງ (Travel Records): 5 ປີ ຫຼັງຈາກການໃຊ້ບໍລິການຄັ້ງສຸດທ້າຍຂອງທ່ານ.

·       ຂໍ້ມູນກ່ຽວກັບສະພາບແວດລ້ອມການນຳໃຊ້ (Information about Usage Environment): 5 ປີ ຫຼັງຈາກການໃຊ້ບໍລິການຄັ້ງສຸດທ້າຍຂອງທ່ານ.

·       ຂໍ້ມູນກ່ຽວກັບສະຖານະການນຳໃຊ້ (Information about Usage Status): 5 ປີ ນັບຕັ້ງແຕ່ຜູ້ຄວບຄຸມຂໍ້ມູນ (Controller) ເກັບກຳຂໍ້ມູນ.

·       ປະຫວັດການນຳໃຊ້ (Usage History): 5 ປີ ນັບຕັ້ງແຕ່ຜູ້ຄວບຄຸມຂໍ້ມູນ (Controller) ເກັບກຳຂໍ້ມູນ.

"ການນຳໃຊ້ຄັ້ງສຸດທ້າຍຂອງທ່ານ" ໝາຍເຖິງ ຄັ້ງສຸດທ້າຍທີ່ທ່ານເປີດນຳໃຊ້ແອັບພລິເຄຊັນໃນອຸປະກອນຂອງທ່ານເພື່ອເຂົ້າຊົມໃຊ້ບໍລິການ. ຂໍແຈ້ງໃຫ້ຊາບວ່າ, ຖ້າທ່ານຢຸດການນຳໃຊ້ບໍລິການເປັນເວລາ 5 ປີ, ຂໍ້ມູນສ່ວນບຸກຄົນທັງໝົດຂອງທ່ານຈະຖືກລຶບອອກໂດຍອັດຕະໂນມັດ.

ຖ້າທ່ານໄດ້ຖອນການຕິດຕັ້ງ (Uninstall) ແລະ ຕິດຕັ້ງແອັບພລິເຄຊັນໃໝ່ເພື່ອໃຊ້ບໍລິການ ແລ້ວນຳໃຊ້ທີ່ຢູ່ອີເມວທີ່ທ່ານບໍ່ເຄີຍໃຊ້ກັບແອັບພລິເຄຊັນທີ່ຖອນໄປນັ້ນ, ຂໍ້ມູນສ່ວນບຸກຄົນທີ່ເກັບກຳຈາກແອັບພລິເຄຊັນທີ່ຖືກຖອນໄປນັ້ນອາດຈະບໍ່ສາມາດນຳມາໃຊ້ຕໍ່ໄດ້ ແລະ ຈະຖືກລຶບຖິ້ມຫຼັງຈາກ 5 ປີ ນັບຈາກການນຳໃຊ້ຄັ້ງສຸດທ້າຍຂອງທ່ານໃນແອັບພລິເຄຊັນທີ່ຖືກຖອນໄປນັ້ນ.

9.         ສິດທິຂອງທ່ານ

ທ່ານມີສິດທາງກົດໝາຍຫຼາຍປະການທີ່ກ່ຽວຂ້ອງກັບຂໍ້ມູນສ່ວນບຸກຄົນຂອງທ່ານທີ່ພວກເຮົາເກັບຮັກສາໄວ້. ສິດທິເຫຼົ່ານີ້ອາດຈະແຕກຕ່າງກັນໄປຕາມສະຖານທີ່ທີ່ທ່ານອາໄສຢູ່ ແລະ ກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນສະບັບໃດທີ່ຈະຖືກນຳໃຊ້ມາບັງຄັບໃຊ້ລະຫວ່າງທ່ານ ແລະ ພວກເຮົາ, ແຕ່ໂດຍທົ່ວໄປແລ້ວຈະລວມມີ:

(a)    ສິດໃນການໄດ້ຮັບຂໍ້ມູນ ກ່ຽວກັບການປະມວນຜົນຂໍ້ມູນສ່ວນບຸກຄົນຂອງທ່ານ ແລະ ສິດໃນການເຂົ້າເຖິງ ຂໍ້ມູນສ່ວນບຸກຄົນຂອງທ່ານທີ່ພວກເຮົາເກັບຮັກສາໄວ້

(b)    ສິດໃນການຮ້ອງຂໍໃຫ້ພວກເຮົາປັບປຸງແກ້ໄຂ ຂໍ້ມູນສ່ວນບຸກຄົນຂອງທ່ານໃຫ້ຖືກຕ້ອງ ຫາກຂໍ້ມູນດັ່ງກ່າວບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນ

(c)    ສິດໃນການຮ້ອງຂໍໃຫ້ພວກເຮົາລຶບ ຂໍ້ມູນສ່ວນບຸກຄົນຂອງທ່ານໃນບາງກໍລະນີ. ເຊິ່ງລວມມີ (ແຕ່ບໍ່ຈຳກັດພຽງແຕ່) ສະຖານະການດັ່ງຕໍ່ໄປນີ້:

                                      I.          ພວກເຮົາບໍ່ມີຄວາມຈຳເປັນໃນການເກັບຮັກສາຂໍ້ມູນສ່ວນບຸກຄົນຂອງທ່ານອີກຕໍ່ໄປ ເພື່ອຈຸດປະສົງທີ່ພວກເຮົາໄດ້ເກັບກຳຂໍ້ມູນດັ່ງກ່າວມາໃນເບື້ອງຕົ້ນ; ຫຼື

                                    II.          ທ່ານຄັດຄ້ານການປະມວນຜົນຂໍ້ມູນສ່ວນບຸກຄົນຂອງທ່ານ ເພື່ອຜົນປະໂຫຍດອັນຊອບທຳຂອງພວກເຮົາ, ແລະ ຜົນປະໂຫຍດອັນຊອບທຳຂອງພວກເຮົານັ້ນ ບໍ່ໄດ້ມີຄວາມສຳຄັນເໜືອກວ່າຜົນປະໂຫຍດ, ສິດທິ ແລະ ເສລີພາບຂອງທ່ານເອງ

                                   III.          ພວກເຮົາໄດ້ຮັບອະນຸຍາດໃຫ້ປະມວນຜົນຂໍ້ມູນສ່ວນບຸກຄົນຂອງທ່ານພາຍໃຕ້ຄວາມຍິນຍອມຂອງທ່ານເທົ່ານັ້ນ, ແລະ ທ່ານໄດ້ຖອນຄວາມຍິນຍອມດັ່ງກ່າວນັ້ນ

【ທາງເລືອກ: ສ່ວນນີ້ສາມາດລຶບອອກໄດ້ ຫາກບໍ່ມີຂໍ້ມູນທີ່ຖືກປະມວນຜົນດ້ວຍຄວາມຍິນຍອມ.】

(d)    ສິດໃນການຮ້ອງຂໍໃຫ້ພວກເຮົາຈຳກັດການປະມວນຜົນ ຂໍ້ມູນສ່ວນບຸກຄົນຂອງທ່ານໃນບາງກໍລະນີ. ເຊິ່ງລວມມີ (ແຕ່ບໍ່ຈຳກັດພຽງແຕ່) ສະຖານະການດັ່ງຕໍ່ໄປນີ້:

                                      I.          ທ່ານຄັດຄ້ານຄວາມຖືກຕ້ອງຂອງຂໍ້ມູນສ່ວນບຸກຄົນຂອງທ່ານ(ແຕ່ຈະຈຳກັດສະເພາະໄລຍະເວລາທີ່ຈຳເປັນເພື່ອໃຫ້ພວກເຮົາກວດສອບຄວາມຖືກຕ້ອງຂອງຂໍ້ມູນດັ່ງກ່າວ);

                                    II.          ພວກເຮົາບໍ່ມີຄວາມຈຳເປັນຕ້ອງໃຊ້ຂໍ້ມູນສ່ວນບຸກຄົນນັ້ນອີກຕໍ່ໄປ ຍົກເວັ້ນແຕ່ເພື່ອການສ້າງຕັ້ງ, ການໃຊ້ສິດ ຫຼື ການປົກປ້ອງສິດຮຽກຮ້ອງຕາມກົດໝາຍ; ຫຼື

                                   III.          ທ່ານຄັດຄ້ານການປະມວນຜົນຂໍ້ມູນສ່ວນບຸກຄົນຂອງທ່ານເພື່ອຜົນປະໂຫຍດອັນຊອບທຳຂອງພວກເຮົາ (ແຕ່ຈະຈຳກັດສະເພາະໄລຍະເວລາທີ່ຈຳເປັນເພື່ອໃຫ້ພວກເຮົາປະເມີນວ່າ ຜົນປະໂຫຍດອັນຊອບທຳຂອງພວກເຮົານັ້ນ ມີຄວາມສຳຄັນເໜືອກວ່າຜົນປະໂຫຍດ, ສິດທິ ແລະ ເສລີພາບຂອງທ່ານຫຼືບໍ່);

(e)    ສິດໃນການຄັດຄ້ານ ຕໍ່ພວກເຮົາກ່ຽວກັບການປະມວນຜົນຂໍ້ມູນສ່ວນບຸກຄົນຂອງທ່ານ

(f)      ສິດໃນການໄດ້ຮັບຂໍ້ມູນສ່ວນບຸກຄົນ ໃດໆທີ່ພວກເຮົາປະມວນຜົນກ່ຽວກັບທ່ານ ໂດຍອີງຕາມຄວາມຍິນຍອມຂອງທ່ານ ຫຼື ຕາມສັນຍາ (ເຊິ່ງແຕກຕ່າງຈາກພື້ນຖານທາງກົດໝາຍອື່ນໆ) ແລະ ໃນກໍລະນີທີ່ການປະມວນຜົນນັ້ນດຳເນີນການດ້ວຍວິທີການອັດຕະໂນມັດ ໃນຮູບແບບທີ່ມີໂຄງສ້າງ, ເປັນມາດຕະຖານທົ່ວໄປ ແລະ ສາມາດອ່ານໄດ້ດ້ວຍເຄື່ອງຈັກ ແລະ/ຫຼື ຮ້ອງຂໍໃຫ້ພວກເຮົາສົ່ງຕໍ່ຂໍ້ມູນດັ່ງກ່າວໃຫ້ກັບຜູ້ຮັບຂໍ້ມູນອື່ນ ຫາກສາມາດດຳເນີນການໄດ້ທາງເຕັກນິກ. ກະລຸນາຮັບຊາບວ່າ ສິດທິນີ້ຈະໃຊ້ໄດ້ສະເພາະກັບຂໍ້ມູນສ່ວນບຸກຄົນທີ່ທ່ານໄດ້ສະໜອງໃຫ້ແກ່ພວກເຮົາເທົ່ານັ້ນ;

(g)    ສິດໃນການຖອນຄວາມຍິນຍອມ ຂອງທ່ານໃນການປະມວນຜົນຂໍ້ມູນສ່ວນບຸກຄົນຂອງພວກເຮົາໄດ້ທຸກເວລາ. ເຖິງຢ່າງໃດກໍຕາມ, ກະລຸນາຮັບຊາບວ່າ ພວກເຮົາອາດຈະຍັງມີສິດປະມວນຜົນຂໍ້ມູນສ່ວນບຸກຄົນຂອງທ່ານໄດ້ ຫາກພວກເຮົາມີພື້ນຖານທາງກົດໝາຍອື່ນໃນການດຳເນີນການດັ່ງກ່າວ

【ທາງເລືອກ: ສ່ວນນີ້ສາມາດລຶບອອກໄດ້ ຫາກບໍ່ມີຂໍ້ມູນທີ່ຖືກປະມວນຜົນດ້ວຍຄວາມຍິນຍອມ.】

ທ່ານສາມາດໃຊ້ສິດຂອງທ່ານໄດ້ໂດຍການຕິດຕໍ່ຫາພວກເຮົາ ຜ່ານຂໍ້ມູນການຕິດຕໍ່ທີ່ລະບຸໄວ້ໃນ ຂໍ້ທີ 12 ທາງລຸ່ມນີ້. ນອກຈາກນັ້ນ, ທ່ານຍັງມີສິດຍື່ນຄຳຮ້ອງທຸກຕໍ່ໜ່ວຍງານຄຸ້ມຄອງການປົກປ້ອງຂໍ້ມູນ ຫາກທ່ານເຫັນວ່າສິດທິໃດໆຂອງທ່ານຖືກລະເມີດໂດຍພວກເຮົາ

10.     ພັນທະໃນການໃຫ້ຂໍ້ມູນສ່ວນຕົວ

ການສະໜອງຂໍ້ມູນສ່ວນຕົວຂອງເຈົ້າແມ່ນບໍ່ມີກົດໝາຍບັງຄັບ, ແຕ່ຫາກເຈົ້າບໍ່ໃຫ້ຂໍ້ມູນທີ່ຈຳເປັນຕໍ່ການບໍລິການ, ເຈົ້າອາດຈະບໍ່ສາມາດນຳໃຊ້ບໍລິການນັ້ນໄດ້

11.     ການຍິນຍອມໃຫ້ໂອນຍ້າຍຂໍ້ມູນສ່ວນຕົວອອກນອກປະເທດລາວ ແລະ ການປະມວນຜົນທີ່ກ່ຽວຂ້ອງ

ທາງເລືອກ: ສ່ວນນີ້ສາມາດລຶບອອກໄດ້ ເວັ້ນເສຍແຕ່ຈະມີຂໍ້ມູນທີ່ຖືກປະມວນຜົນ ແລະ ໂອນຍ້າຍໂດຍອີງໃສ່ຄວາມຍິນຍອມ. ເຖິງແມ່ນວ່າຈະມີການລຶບສ່ວນນີ້ອອກ, ສ່ວນທີ່ເນັ້ນດ້ວຍສີຂຽວຈະຕ້ອງຖືກຍ້າຍໄປໄວ້ໃນພາກທີ 7 ຫາກມີຂໍ້ມູນທີ່ຖືກໂອນຍ້າຍໂດຍອີງໃສ່ຄວາມຍິນຍອມ

ພວກເຮົາເກັບກຳ, ນຳໃຊ້ ແລະ ວິເຄາະຂໍ້ມູນສ່ວນຕົວຂອງທ່ານຕາມທີ່ໄດ້ອະທິບາຍໄວ້ໃນພາກທີ 4 ເພື່ອປັບປຸງຄຸນນະພາບຂອງການບໍລິການ ແລະ ພັດທະນາການບໍລິການ ແລະ ຜະລິດຕະພັນໃໝ່ໆ ("ຈຸດປະສົງ"), ດັ່ງທີ່ໄດ້ກຳນົດໄວ້ໃນພາກທີ 5. ເພື່ອໃຫ້ບັນລຸຈຸດປະສົງດັ່ງກ່າວ, ພວກເຮົາຈຳເປັນຕ້ອງໂອນຂໍ້ມູນສ່ວນຕົວຂອງທ່ານໄປຍັງປະເທດຍີ່ປຸ່ນ, ເນື່ອງຈາກກິດຈະກຳການປະມວນຜົນຂໍ້ມູນເພື່ອຈຸດປະສົງນີ້ແມ່ນດຳເນີນການຢູ່ໃນປະເທດຍີ່ປຸ່ນເທົ່ານັ້ນ ໂດຍ ບໍລິສັດ ຮອນດ້າ ມໍເຕີ ຈຳກັດ (Honda Motor Co., Ltd.) ແລະ ຜູ້ຮັບຂໍ້ມູນຂອງພວກເຮົາ, ດັ່ງທີ່ໄດ້ກຳນົດໄວ້ໃນພາກທີ 6. ດັ່ງນັ້ນ, ພວກເຮົາຈຶ່ງຂໍຄວາມຍິນຍອມຈາກທ່ານສຳລັບການໂອນຂໍ້ມູນສ່ວນຕົວຂອງທ່ານໄປຍັງປະເທດຍີ່ປຸ່ນ ແລະ ການປະມວນຜົນຂໍ້ມູນທີ່ກ່ຽວຂ້ອງຢ່າງຄົບຖ້ວນ ຜ່ານການນຳໃຊ້ອຸບປະກອນຂອງທ່ານທີ່ໃຊ້ສຳລັບການບໍລິການນີ້

ກະລຸນາຮັບຊາບວ່າ ປະເທດຍີ່ປຸ່ນອາດຈະບໍ່ໄດ້ຮັບປະກັນມາດຕະຖານການປົກປ້ອງຂໍ້ມູນທີ່ພຽງພໍ ເມື່ອທຽບໃສ່ກັບກົດລະບຽບການປົກປ້ອງຂໍ້ມູນຂອງປະເທດທີ່ທ່ານອາໄສຢູ່. ພາບລວມຂອງມາດຕະຖານການປົກປ້ອງຂໍ້ມູນໃນປະເທດຍີ່ປຸ່ນ ມີດັ່ງນີ້:

1.      ກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນທີ່ກ່ຽວຂ້ອງ

ກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນສ່ວນຕົວ

2.      ອົງການກຳກັບດູແລະການປົກປ້ອງຂໍ້ມູນ

ຄະນະກຳມະການປົກປ້ອງຂໍ້ມູນສ່ວນຕົວ

3.      ສິດທິຂອງເຈົ້າຂອງຂໍ້ມູນສ່ວນຕົວ

ພາຍໃຕ້ກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນສ່ວນຕົວ,ເຈົ້າຂອງຂໍ້ມູນມີສິດທິດຕ່າງໆ (ພາຍໃຕ້ເງື່ອນໄຂທີ່ກໍານົດ) ດັ່ງຕໍ່ໄປນີ້:

·       ສິດໃນການໄດ້ຮັບຂໍ້ມູນສ່ວນຕົວ

·       ສິດໃນການຮ້ອງຂໍໃຫ້ແກ້ໄຂ ຫຼື ເພີ່ມເຕີມຂໍ້ມູນສ່ວນຕົວ

·       ສິດໃນການຮ້ອງຂໍໃຫ້ລຶບຂໍ້ມູນສ່ວນຕົວ

·       ສິດໃນການຮ້ອງຂໍໃຫ້ຢຸດຕິການປະມວນຜົນຂໍ້ມູນສ່ວນຕົວ ຫຼື ຢຸດຕິການເປີດເຜີຍຂໍ້ມູນສ່ວນຕົວໃຫ້ແກ່ບຸກຄົນທີສາມ

4.      ມາດຕະການປ້ອງກັນອື່ນໆ

ກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນສ່ວນຕົວ (Act on the Protection of Personal Information - APPI) ປະກອບມີຂໍ້ກຳນົດຕ່າງໆ ເພື່ອປົກປ້ອງຂໍ້ມູນສ່ວນຕົວຂອງທ່ານ ດັ່ງຕໍ່ໄປນີ້:

•        ການເກັບກຳຂໍ້ມູນທີ່ຖືກຕ້ອງຕາມກົດໝາຍ ແລະ ເປັນທຳ: ຂໍ້ມູນສ່ວນຕົວຕ້ອງໄດ້ຮັບມາໂດຍວິທີການທີ່ໂປ່ງໃສ ແລະ ຖືກຕ້ອງຕາມລະບຽບການ.

•        ການຈຳກັດຈຸດປະສົງໃນການນຳໃຊ້: ຂໍ້ມູນຈະຖືກນຳໃຊ້ສະເພາະຕາມຈຸດປະສົງທີ່ໄດ້ລະບຸໄວ້ເທົ່ານັ້ນ.

•        ຄວາມຖືກຕ້ອງຂອງຂໍ້ມູນ: ຜູ້ຄວບຄຸມຂໍ້ມູນຕ້ອງຮັກສາຂໍ້ມູນສ່ວນຕົວໃຫ້ມີຄວາມຖືກຕ້ອງ, ເປັນປັດຈຸບັນ ແລະ ສົມບູນຕາມຈຸດປະສົງການນຳໃຊ້.

•        ການນຳໃຊ້ມາດຕະການຮັກສາຄວາມປອດໄພທີ່ເໝາະສົມ: ຕ້ອງມີການກຳນົດມາດຕະການດ້ານເຕັກນິກ ແລະ ການບໍລິຫານຈັດການ ເພື່ອປ້ອງກັນການຮົ່ວໄຫຼ ຫຼື ການສູນເສຍຂອງຂໍ້ມູນ.

•        ການຈຳກັດການໂອນຂໍ້ມູນໃຫ້ພາກສ່ວນທີສາມ: ການເປີດເຜີຍຂໍ້ມູນຕໍ່ພາກສ່ວນທີສາມຈະຕ້ອງປະຕິບັດຕາມເງື່ອນໄຂທີ່ກົດໝາຍກຳນົດ, ໂດຍສ່ວນໃຫຍ່ຕ້ອງໄດ້ຮັບຄວາມຍິນຍອມຈາກເຈົ້າຂອງຂໍ້ມູນ.

•        ການຈຳກັດການໂອນຂໍ້ມູນໃຫ້ພາກສ່ວນທີສາມໃນຕ່າງປະເທດ: ການໂອນຂໍ້ມູນໄປຍັງປະເທດອື່ນມີຂໍ້ຈຳກັດເພີ່ມເຕີມ ເພື່ອຮັບປະກັນວ່າຂໍ້ມູນຈະຍັງຄົງໄດ້ຮັບການປົກປ້ອງໃນລະດັບທີ່ສອດຄ່ອງກັບມາດຕະຖານຂອງກົດໝາຍຍີ່ປຸ່ນ.

12.     ສັນຍາ

ຖ້າຫາກທ່ານມີຄຳຖາມກ່ຽວກັບນະໂຍບາຍສະບັບນີ້, ສິດທິຂອງທ່ານ, ຫຼື ບັນຫາອື່ນໆທີ່ກ່ຽວຂ້ອງກັບການປົກປ້ອງຂໍ້ມູນສ່ວນຕົວຂອງທ່ານ, ທ່ານສາມາດຕິດຕໍ່ຫາພວກເຮົາໄດ້ໂດຍໃຊ້ຂໍ້ມູນກ່ຽວກັບພວກເຮົາທີ່ລະບຸໄວ້ໃນພາກທີ 2 ຂ້າງເທິງ

 

ກົມຄວາມປອດໄພໄຊເບີ

ທີ່ຢູ່: ບ້ານ ສາຍລົມ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ, ປະເທດລາວ

E-mail Address: admin@laocert.gov.la


Honda RoadSync Terms of Service
Honda RoadSync Privacy Policy(Privacy Notice)